ป้ายกำกับ

วันอังคารที่ 1 กันยายน พ.ศ. 2563

ປະເພນີບຸນເຂົ້າສະຫລາກ 02.09.2020

ປະເພນີບຸນຫໍ່ເຂົ້າສຼາກ 
👉👉 ປະເພນີບຸນຫໍ່ເຂົ້າສຼາກ
ຍາມເປັນ ເພິ່ນໄດ້ລ້ຽງເຮົາມາ
ຍາມເພິ່ນ ແກ່ຊະຣາໄດ້ເບິ່ງແຍງ
ຍາມເພິ່ນ ຕາຍເຮົາກໍ່ຈັດແຈງ
ອຸທິດສ່ວນບຸນກຸສົນເຖິງ.
********************************************
ບຸນຫໍ່ເຂົ້າສາກ ທີ່ຖືກຕ້ອງຕາມເດີມນັ້ນຕ້ອງຂຽນວ່າ ບຸນຫໍ່ເຂົ້າສລາກ ເຫດຜົນທີ່ພ້ຽນມາເປັນ ສາກ ຍ້ອນວ່າພາສາລາວມີຕົວ (ລ = Xຼ) ເມື່ອຂຽນແລ້ວເພິ່ນອາດເບິ່ງບໍ່ເຫັນວ່າ ສຼາກ = ສລາກ ຈຶ່ງກາຍເປັນເວົ້າຄຳຄວບເປັນ ສາກ ໄປຕາມຄວາມມັກງ່າຍໃນການອອກສຽງ (ຄືກັບພວກຄຳຄວບຫລາຍຕົວນັ້ນແຫຼະ! ຄວາຍ ເວົ້າວ່າ ຄວຍ ເປັນຕົ້ນ).


ແຕ່ວ່າ ຊື່ເຕັມ ໆ ຂອງບຸນຫໍ່ເຂົ້າສຼາກນີ້ແມ່ນມາຈາກຄຳວ່າ “ສະລາກະພັດຕະທານ” ຄືເຮັດທານດ້ວຍການຈັບສະຫລາກສ່ຽງເອົານັ້ນເອງ ແຕ່ຄົນລາວມັນເວົ້າຄວາມງ່າຍພະຍາງດຽວເລີຍກາຍເປັນບຸນຫໍ່ເຂົ້າສາກ ຕໍ່ໄປນີ້ຫາກຈະເວົ້າໃຫ້ຖືກຕ້ອງ ໃຫ້ພາກັນເວົ້າວ່າບຸນຫໍ່ເຂົ້າສຼາກ(ສະຫລາກ) ນີ້ຄືທີ່ມາຂອງຄຳສັບ.


ທີ່ນີ້ເຮົາມາເວົ້າເລື່ອງປະເພນີອັນດີງາມຂອງລາວເຮົາ ກໍ່ຄືບຸນເດືອນສິບນີ້ ກໍ່ຍັງຖືວ່າເປັນໄລຍະທີ່ເອີ້ນວ່າລະດູການແຫ່ງຄວາມອຸດົມສົມບູນຂອງເຂົ້າປາອາຫານ ປູປານານ້ຳອຸດົມສົມບູນ ເຂົ້າກຳລັງຂຽວກະຈີ ບາງທີ່ເຂົ້າກຳລັງມານ ບາງສະຖານທີ່ກໍ່ສາມາດເຮັດເຂົ້າເໝົ້າໄດ້ແລ້ວກໍ່ມີ ຫົວມັນຫົວກອຍກຳລັງໃຫຍ່ງາມພໍດີ.


ບຸນຫໍ່ເຂົ້າສຼາກກໍ່ເປັນບຸນຕໍ່ເນື່ອງໃນການເຮັດບຸນອຸທິດຍາດ ເພາະຖືວ່າເປັນມື້ສົ່ງທ້າຍພວກຍາດທີ່ລ່ວງລັບດັບຂັນໄປດັ່ງທີ່ກ່າວໄວ້ໃນຄັ້ງກ່ອນອັນເລີ່ມຕົ້ນແຕ່ບຸນຫໍ່ເຂົ້າປະດັບດິນມາຈົນບຸນຫໍ່ເຂົ້າສຼາກ.


ການຈັດບຸນຫໍ່ເຂົ້າສຼາກກໍ່ບໍ່ແຕກຕ່າງຈາກບຸນຫໍ່ເຂົ້າປະດັບດິນປານໃດ ຕ່າງແຕ່ວ່າເປັນຫໍ່ເຂົ້າໃຫຍ່ເພື່ອສົ່ງທ້າຍ ເອີ້ນຕາມສັບສະໄໝໃໝ່ນີ້ວ່າບຸນລ້ຽງສົ່ງຜີວ່າຊັ້ນສ່ະ!


ໃນແງ່ຂອງປະເພນີລາວ ບາງເທື່ອນີ້ກໍ່ມາຄ້າຍຄືກັບປະເພນີຈີນທີ່ໃຫ້ຄວາມສຳຄັນຕໍ່ຍາດ ເພາະທາງບ້ານເຮົານີ້ແມ່ນປະເພນີບຸນຫໍ່ເຂົ້າສຼາກ ແຕ່ທາງຈີນແມ່ນປະເພນີໄຫວ້ພຣະຈັນ ແຕ່ຂອງຈີນນັ້ນຕາມເດີມແມ່ນຜູ້ຍິງໄຫວ້ ສະໄໝນີ້ໄຫວ້ທັງຍິງທັງຊາຍ ໂດຍຄວາມເຊື່ອຂອງເຂົາກໍ່ເຊື່ອວ່າແມ່ນມື້ລວມຍາດ ແມ່ນມື້ພ້ອມໜ້າພ້ອມຕາກັນໃນຄອບຄົວ ໂດຍມີພຣະຈັນເປັນສັນຍະລັກ ຫາກໄປຕົກທີ່ໃດໄກກໍ່ໃຫ້ແຫງນໜ້າເບິ່ງພຣະຈັນ ເພື່ອຮັບຮູ້ຄວາມຄິດເຖິງຂອງກັນແລະກັນ ເບິ່ງແລ້ວໃຫ້ຮັບຮູ້ຄວາມຮູ້ສຶກທີ່ດີຂອງກັນແລະກັນ ນີ້ແມ່ນຄວາມເຊື່ອຄົນຈີນ ອາດແຕກຕ່າງກັນແດ່ ແຕ່ພຣະອາຈານເບິ່ງວ່າຫາກຫາຄວາມຄ້າຍຄືກັນກໍ່ຖືວ່າມີຢູ່ ແຕ່ບັນພະບຸຣຸດນັກປຣາດລາວເຮົາຈະເນັ້ນການອຸທິດບຸນກຸສົນເປັນການແທນຄວາມຄຶດຮອດຄຶດເຖິງກັນ ຕົນເອງມີຄວາມສຸກສະບາຍໃຈ ຍາດມິດທີ່ຕາຍໄປກໍ່ໄດ້ຮັບສ່ວນບຸນກຸສົນ.


ເວົ້າເຖິງຫໍ່ເຂົ້າສຼາກນີ້ ກໍ່ແມ່ນຈັດເຊັ່ນດຽວກັນກັບບຸນຫໍ່ເຂົ້າປະດັບດິນ ຄື ຕອນເດິກກໍ່ໄປຢາຍຫໍ່ເຂົ້າເຊັ່ນກັນ ຕ່າງແຕ່ສຳລັບທີ່ຈະຖວາຍພຣະນັ້ນແມ່ນຈັດເປັນພາເຂົ້າຈຶ່ງເອີ້ນວ່າຫໍ່ເຂົ້າໃຫຍ່


ເວົ້າເຖິງຫໍ່ເຂົ້າທີ່ໄປຢາຍໄວ້ໃນຮອບເດິກກ່ອນວ່າ ຕາມຄວາມເຊື່ອລາວສະໄໝກ່ອນເພິ່ນວ່າ ຫລັງຈາກແຈກຫໍ່ເຂົ້າສຼາກແລ້ວກໍ່ຈະຕາມກັບໄປເກັບຄືນ ເອີ້ນວ່າຍາດກິນເຂົ້າເຜດ ບາງທີ່ນັ້ນຍາດກັນກິນຢ່າງສະໜຸກສະໜານ ແຕ່ພຣະອາຈານວ່າສ່ວນໃຫຍ່ແລ້ວຄົງບໍ່ມີໃຜກັບໄປເກັບຫໍ່ເຂົ້າຕົນເອງ ມີແຕ່ໄປເກັບຫໍ່ເຂົ້າຄົນອື່ນ ຢາກຮູ້ວ່າຄົນອື່ນໃສ່ຫຍັງແດ່, ແຕ່ຄວາມເຊື່ອພໍ່ແມ່ປູ່ຍ່າຕາຍາຍເພິ່ນວ່າ ໃຜຍາດກິນເຂົ້າເຜດນັ້ນ ຈະເຮັດໃຫ້ສຸຂະພາບສົມບູນ ປາສະຈາກໂຣກໄພໄຂ້ເຈັບຕ່າງ ໆ ສ່ວນໃບຕອງທີ່ຫໍ່ນັ້ນກໍ່ເອົາໄປໄວ້ຕາມໄຮ່ນາຕາກ້າຂອງຕົນ
ສຳລັບຄົນໃນເມືອງກໍ່ຄົງຈະຍາກແດ່ທີ່ຈະໄດ້ເຫັນແບບນີ້ເຮັດແບບນີ້.


ເວົ້າເຖິງພິທີກັມ ພາກເຊົ້າສ່ວນໃຫຍ່ກໍ່ແມ່ນໃສ່ບາດ ຈັບສະຫລາກພາເຂົ້າຕາມຈຳນວນພຣະເຈົ້າພຣະສົງ
ພຣະສົງສາມະເນນກໍ່ຄົງມີໃຈຕື່ນເຕັ້ນທີ່ຈະໄດ້ສ່ຽງດວງຄືກັບຍາດໂຍມນັ້ນແຫລະ!
ເພາະໃນປະເພນີການບຸນເທື່ອນີ້ແມ່ນສະແດງຄວາມເປັນປະຊາທິປະໄຕທີ່ສຸດ ເພາະອ້າຍຈົວອາດຈັບໄດ້ພາເຂົ້າໃຫຍ່ ແລະຄູບາອາຈານອາດຈັບໄດ້ພາເຂົ້ານ້ອຍກໍ່ເປັນໄດ້ ນີ້ຄົງເປັນທີ່ມາຂອງຄຳວ່າ “ທີພຣະທີຈົວ”


ເມື່ອຈັບຖືກໃຜເລກທີເທົ່າໃດເພິ່ນກໍ່ຕ້ອງໄດ້ນຳໄປຖວາຍແກ່ພຣະສົງອົງຈົວເຈົ້າຫົວຍາທ່ານຕາມໝາຍເລກນັ້ນ ບາງຄົນອາດມີປັດໄຈໄທຍະທານມາຖວາຍຕື່ມອີກຕາມແຕ່ຈິດສັດທາຂອງໃຜມັນ.


ເມື່ອໄຫວ້ຮັບສີລຖວາຍທານຈັບສະຫລາກ ຮັບພອນຢາດນ້ຳອຸທິດຜົນແລ້ວ ຜູ້ເຮັດບຸນກໍ່ມີຄວາມສຸກກາຍສະບາຍໃຈ ຍາດພີ່ນ້ອງທີ່ຕາຍໄປໄດ້ມາຮັບສ່ວນບຸນກໍ່ໂມທະນາສາທຸການໃນສ່ວນບຸນ ເຂົາກໍ່ແຖມພອນໃຫ້ຢູ່ເຢັນເປັນສຸກ ແຕ່ຫາກຍາດພີ່ນ້ອງບໍ່ມາເຮັດບຸນກຸສົນໃຫ້ເຂົາເຈົ້າກໍ່ປ້ອຍເວນເຄນແຊ່ງໃຫ້ທຸກໃຫ້ຍາກ ໃຫ້ພົບພໍ້ອຸປະສັກເສຍຫລັກເສຍຊັບອັບໂຊກ ປ້ອຍດ່າໄປເຊັ່ນນັ້ນ ຄຳບູຮານກໍ່ວ່າກັນແບບນັ້ນ.


ທີ່ພຣະອາຈານແນະນຳຄືບໍ່ໃຫ້ໄປໃສ່ໃຈກັບເລື່ອງພວກນີ້ຫລາຍເກີນໄປ ເຮັດບຸນດ້ວຍໃຈທີ່ເປັນບຸນຂອງຕົນເອງ ເຮັດບຸນເພື່ອບຸນ ຢ່າເຮັດບຸນໂດຍຄຶດວ່າຈະລຶບລ້າງບາບເພາະມັນຄົນລະສ່ວນກັນ ເຮັດບຸນເພື່ອຄວາມຫລຸດພົ້ນຈາກກິເລດຕັນຫາ ຫວັງໃຫ້ຄວາມໂລບຄວາມໂກດຄວາມຫລົງມັນທຸເລົາເບົາບາງລົງ ເຮັດບຸນດ້ວຍຫວັງມັກຜົນນິບພານຈຶ່ງຖືກຕ້ອງ ສ່ວນເລື່ອງຍາດພີ່ນ້ອງກໍ່ອຸທິດສ່ວນກຸສົນໃຫ້ເພິ່ນຕາມຄວາມເໝາະສົມ ຢ່າເຮັດບຸນຍ້ອນຄວາມກົວ ຈົ່ງເຮັດຍ້ອນຄວາມເຂົ້າໃຈ ສະບາຍໃຈ ຈົ່ງເຮັດບຸນດ້ວຍມີປັນຍາເຫັນປະໂຫຍດຈາກການເຮັດຄວາມດີມີຄຸນຄ່າ ເຮັດເພື່ອຕື່ນຢູ່ດ້ວຍສະຕິປັນຍາບໍ່ເອົາແຕ່ສັດທາປະການດຽວ ເລື່ອງຍາດພີ່ນ້ອງຫາກຜູ້ໃດເຮັດບຸນປະຈຳກໍ່ບໍ່ແມ່ນປັນຫາຫຍັງ ສ່ວນໃຫຍ່ທີ່ມີປັນຫາກໍ່ແມ່ນພວກທີ່ບໍ່ຄ່ອຍໄດ້ເຮັດບຸນນັ້ນແລ.


ສະນັ້ນ,ເມື່ອມີໂອກາດທີ່ເໝາະສົມໃນການເຮັດບຸນກໍ່ຄວນເຮັດ ຕາມຮີດສິບສອງຄອງສິບສີ່ຂອງລາວເຮົາເພິ່ນກຳນົດໄວ້ ຢ່າງນ້ອຍເດືອນລະຄັ້ງກໍ່ຍັງດີກວ່າບໍ່ເຄີຍເຮັດຫຍັງຈັກເທື່ອເລີຍ ເພາະວ່າເຖິງເຮົາຫາມາໄດ້ຫລາຍປານໃດກໍ່ຕາມ ສິ່ງທີ່ເຮົາເອົາຕາມໄປໄດ້ເມື່ອຕາຍກໍ່ມີແຕ່ບາບ-ບຸນຂອງຕົນເອງເທົ່ານັ້ນ ນອກນັ້ນກໍ່ມີແຕ່ວາງໄວ້ໃຫ້ຜູ້ຢູ່ນຳຫລັງ ຫາກເຮົາເຮັດດີ ເຂົາກໍ່ຈື່ຈຳ ເຂົາກໍ່ຣະນຶກຫາ ເຮັດບຸນເຖິງ ໃຫ້ເຂົາຈື່ຈຳເຮົາໃຫ້ແບບທີ່ດີຈະດີກວ່າ ຢ່າໃຫ້ຊີວິດເຕັມໄປດ້ວຍຄວາມຊົ່ວຫຼືວ່າງເປົ່າຈາກຄວາມດີເລີຍ ຈະເຣີນທັມ.

-----------------------
ສັກຂີທັມມິກະພິກຂຸ.
Cr:ບົດຄວາມ
ເພຈ ທັມມະພຣະລາວ.

ไม่มีความคิดเห็น:

แสดงความคิดเห็น