ຊາວແຂວງສະຫວັນນະເຂດ ກໍຄືຊາວເມືອງໄກສອນພົມວິຫານ ໄດ້ຫ້າງຫາກະກຽມສະເຫຼີມສະຫຼອງ ແລະ ຈັດງານບຸນນະມັດສະການ ພະທາດອີງຮັງປະຈຳປີ ຂຶ້ນ ໃນລະຫວ່າງວັນທີ 29 ພະຈິກ ຫາ ວັນທີ 3 ທັນວາ 2017 ທີ່ຈະມາເຖິງນີ້. ທັງນີ້, ກໍເພື່ອເປັນການອະນຸລັກຮັກສາ ອົງພະທາດທີ່ເປັນມໍລະດົກແຫ່ງຊາດ, ເປັນທີ່ສັກກະລະບູຊາຂອງຊາວລາວ ເຮັດໃຫ້ຄົນຮຸ່ນຫຼັງ ໄດ້ຮູ້ຈັກຮີດຄອງປະເພນີອັນດີງາມ, ທັງເປັນການເຕົ້າໂຮມ ຄວາມສາມັກຄີ ຂອງປວງຊົນລາວບັນດາເຜົ່າ ແລະ ສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະທຳ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2018 ຕື່ມອີກ.
ເພື່ອໃຫ້ການຈັດງານຄັ້ງນີ້ ລຸລ່ວງໄປດ້ວຍດີ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ແຕ່ງຕັ້ງຄະນະກຳມະການ ຊີ້ນຳກະກຽມງານບຸນ ໃຫ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ມີຜົນສຳເລັດ. ໃນງານບຸນຄັ້ງນີ້ ຈະມີການສະແດງ ສິລະປະວັນນະຄະດີ ຂະບວນຟ້ອນ ທີ່ເປັນເອກະລັກຂອງແຂວງ ຈາກກຸ່ມບ້ານຕ່າງໆ, ການແຂ່ງກິລາພື້ນບ້ານ, ການວາງແດງສິນຄ້າຈາກພາຍໃນ ແລະ ຕ່າງປະເທດ, ສ່ວນກາງຄືນມີການ ຄົບງັນຕາມປະເພນີ.
ພະທາດອີງຮັງເປັນເຈດີທີ່ບັນຈຸກະດູກຂອງພະພຸດທະເຈົ້າ, ສ້າງຂຶ້ນເມື່ອປີ ພ.ສ 500 ເພື່ອເປັນອະນຸສອນໄວ້ວ່າຄັ້ງໜຶ່ງພະພຸດທະເຈົ້າໄດ້ມາໂຜດສັດໃນດິນແດນສຸວັນນະພູມແຫ່ງນີ້ ແລະ ໄດ້ນັ່ງສັນເຂົ້າອີງຕົ້ນຮັງຢູ່ ຈຶ່ງໃສ່ຊື່ວ່າ “ ທາດອີງຮັງ ” ທາດອີງຮັງເປັນມໍລະດົກຂອງຊາດ ແລະ ເປັນພະທາດສັກສິດ ເປັນທີ່ສັກກາລະບູຊາຂອງຊາວພຸດ. ທາດອີງຮັງຕັ້ງຢູ່ເຂດບ້ານທາດ ເມືອງໄກສອນພົມວິຫານເຊິ່ງຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ ແລະ ໃນທຸກໆປີກໍຈະມີບຸນນະມັດສະການພະທາດອີງຮັງໃນມື້ຂຶ້ນ 13,14,15 ຄໍ່າຂອງເດືອນສາມເພັງ ສໍາລັບການເຂົ້າຊົມແມ່ນເປີດທຸກມື້ແຕ່ເວລາ 8:00-16:30 ໂມງ.
ປະຫວັດ ພະທາດອິງຮັງ
ທາດອິງຮັງ ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ພຣະທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກປະຕິສັງຂອນມາແລ້ວຫຼາຍຄັ້ງ.
ພຣະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊ ຣາຊາແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ (ຄູບາອາຈານ) ຊາວອິນເດຍເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.
ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.
ໃນປີ ຄ.ສ 1349 ພຣະຍາຟ້າງຸ່ມ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງ ໄດ້ຍົກທັບມາຢຶດເອົາຫົວເມືອງຕ່າງໆ ເລື່ອງຂອງພຣະທາດຈຶ່ງຖືກມອບໝາຍໃຫ້ເຈົ້າເມືອງທີ່ປົກຄອງເປັນຜູ້ບູລະນະສ້ອມແປງຮັກສາ ພໍມາເຖິງສະໄໝສົມເດັຈໂພທິສາຣາຊ ພຣະເຈົ້າໄຊເສດຖາທິຣາຊ ຈຶ່ງປະກົດວ່າ ເພິ່ນໄດ້ມາຂາບໄຫວ້ນະມັດສະການໃນເຂດເມືອງກະບອງ ຄື ພຣະທາດອິງຮັງ ແລະ ພຣະທາດສີໂຄດຕະບອງ ເມື່ອເຈົ້າໄຊເສດຖາທິຣາຊ ສະຖາປະນານະຄອນຫຼວງວຽງຈັນ ເປັນເມືອງຫຼວງ ເພິ່ນກໍ່ມີຄຳສັ່ງໃຫ້ດັດແປງພຣະທາດນີ້ ກັບຄືນເປັນເຈດີທາງພຸດທະສາດສະໜາ ສ້າງຍອດເຈດີເປັນສິລະປະແບບລາວບູຮານ ແຕ່ນັ້ນມາກໍຍັງມີການປະຕິສັງຂອນເລື້ອຍໆ ແຕ່ກໍຍັງຮັກສາຮູບແບບຂອງສະໄໝພຣະເຈົ້າໄຊເສດຖາທິຣາຊ ເອົາໄວ້.
ແທ່ນທາດມີລວງກວ້າງດ້ານລະ 9 ແມັດ ລວງສູງ 25 ແມັດ ຕັ້ງຢູ່ບ້ານທາດອິງຮັງ ແຍກອອກທາງສະຫວັນເຊໂນ ຢູ່ຫຼັກກິໂລແມັດທີ 12 ແລະ ທາງເຂົ້າໄປ 3 ກິໂລແມັດ.
ເມື່ອປີ 1949 ປະຊາຊົນຊາວ ເມືອງໄດ້ທຳການສ້ອມແປງບູລະນະຄັ້ງໃຫຍ່ໃຫ້ກວ້າງຂວາງ ຄືໄດ້ສ້າງປະຕູໂຂງປຸກກົມມະລຽນ ແລະ ສາລາໂຮງທຳຂຶ້ນ ເພື່ອໃຫ້ຜູ້ທ່ອງທ່ຽວ ແລະ ອອກຕົນຍາດໂຍມໄດ້ມາຮຽນຮູ້ຂາບໄຫວ້.
ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດໃນມີ້ຂນ 15 ຄໍ່າ ເດືອນຈຽງ ( ເດືອນ 1 ລາວ ) ຂອງທຸກໆປີ ( ແຕ່ກ່ອນຈັດງານເດືອນ 12 ເພັງ ພ້ອມບຸນນະມັດສະການພຣະທາດຫຼວງ ແຕ່ເນື່ອງຈາກວ່າ ພຣະເຈົ້າໄຊຍະເສດຖາທິຣາຊ ພຣະອົງມີພຣະຣາຊະກິດທີ່ພຣະທາດຫຼວງ ເພິ່ນຈຶ່ງເລື່ອນມາຈັດງານໃນເດືອນຈຽງເພັງ ) ພ້ອມນັ້ນ ຍັງມີງານຕະຫຼາດນັດ ແລະ ການຫຼິ້ນກິລາ ດັ້ງເດີມນັ້ນແມ່ນມີແຕ່ກິລາໝາກຂ່າງ ແຕ່ປັດຈຸບັນບໍ່ເຫັນມີການຫຼິ້ນພໍປານໃດແລ້ວ.









ไม่มีความคิดเห็น:
แสดงความคิดเห็น